lo_ezk_text_ulb_l3/34/11.txt

1 line
1.6 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 11 ເພາະພຣະຢາເວ­ ອົງພຣະຜູ້­ເປັນ­ເຈົ້າຊົງກ່າວ​ວ່າ: ເບິ່ງແມ໋! ເຮົາ​ຈະ​ຊອກ­ຫາ​ແກະ​ຂອງ​ເຮົາ ແລະ ​ເຮົາລ້ຽງ​ພວກມັນ​ເອງ, \v 12 ເຫມືອນຜູ້​ລ້ຽງ​ແກະຊອກຫາຝູງ​ແກະ ໃນມື້ທີ່ແກະຂອງເຂົາກະຈັດກະຈາຍໄປ. ດັ່ງນັ້ນ ເຮົາຈະຊອກຫາຝູງແກະຂອງເຮົາ, ແລະ ເຮົາຈະຊ່ວຍພວກແກະໃຫ້ລອດພົ້ນຈາກສະຖານທີ່ທັງຫລາຍ ຊຶ່ງພວກມັນໄດ້ກະຈັດກະຈາຍໄປ ໃນມື້ທີ່ມີເມກ ແລະ ມືດຄຶ້ມ​. \v 13 ແລ້ວເຮົາ​ຈະ​ນຳພວກ​ມັນ​ອອກມາຈາກ​ທ່າມກາງຊົນຊາດທັງຫລາຍ; ເຮົາຈະຮວບຮວມພວກມັນຈາກແຜ່ນດິນຕ່າງໆ ແລະ ນຳພວກມັນໄປໃນແຜ່ນດິນຂອງພວກມັນເອງ. ເຮົາຈະເອົາພວກມັນໄວ້ຢູ່ໃນທົ່ງຫຍ້າເທິງເນີນພູຂອງ​ອິສຣາເອນ, ຢູ່​ໃກ້​ຫ້ວຍ­ຮ່ອງ, ແລະ ​ໃນດິນແດນທຸກບ່ອນທີ່ສາມາດອາໄສຢູ່ໄດ້.