lo_ezk_text_ulb_l3/34/04.txt

1 line
1.6 KiB
Plaintext

\v 4 ເຈົ້າບໍ່­ໄດ້ເຮັດໃຫ້ໂຕທີ່ເປັນໂລກແຂງແຮງ, ຫລື ຮັກສາໂຕທີ່ເຈັບປ່ວຍໃຫ້ດີ. ເຈົ້າບໍ່­ໄດ້​ພັນ​ບາດ­ແຜໂຕທີ່ກະດູກຫັກ, ແລະ ເຈົ້າບໍ່ໄດ້ນຳໂຕ​ທີ່​ຫລົງ​ຝູງ​ກັບ​ຄືນ​ມາ ຫລື ​ຊອກ­ຫາ​ໂຕ​ທີ່ຫລົງຫາຍ​ໄປ. ແຕ່​ເຈົ້າກັບຄວບຄຸມແກະທັງຫມົດດ້ວຍການໃຊ້ກຳລັງ ແລະ ຄວາມ​ທາ­ລຸນແທນ. \v 5 ແລ້ວ​ພວກ​ມັນຈຶ່ງກະ­ຈັດ­ກະ­ຈາຍ​ໄປຫມົດ ເພາະ​ບໍ່­ມີ​ຜູ້​ລ້ຽງ, ແລະ ພວກມັນກໍກາຍເປັນອາຫານຂອງສັດທີ່ມີຊີວິດໃນທົ່ງ, ຫລັງຈາກທີ່ພວກມັນໄດ້ກະຈັດກະຈາຍໄປ. \v 6 ດັ່ງ­ນັ້ນ ຝູງແກະ​ຂອງ​ເຮົາ​ຈຶ່ງ​ຊັດ­ເຊ​ພະ­ເນ­ຈອນ​ໄປ​ຕາມ​ພູເຂົາ ແລະ ຕາມ​ເນີນ​ພູສູງທຸກຫນ່ວຍ, ແລະ ​ມັນ​ໄດ້​​ກະ­ຈັດ­ກະ­ຈາຍ​ໄປ​ທົ່ວ­ພື້ນແຜ່ນດິນ. ໂດຍ​ບໍ່­ມີ​ໃຜ​ຊອກ­ຫາພວກ​ມັນ​ເລີຍ.