lo_ezk_text_ulb_l3/33/17.txt

1 line
1.3 KiB
Plaintext

\v 17 ແຕ່ປະ­ຊາ­ຊາດຂອງ​ເຈົ້າກ່າວ​ວ່າ, "ວິທີທາງຂອງອົງພຣະຜູ້ເປັນເຈົ້າ​ບໍ່​ຍຸດ­ຕິ­ທຳ!" ແຕ່ວິທີທາງຂອງພວກເຈົ້ານັ້ນແຫລະທີ່ບໍ່ຖືກຕ້ອງ! \v 18 ເມື່ອ​ຄົນ​ຊອບ­ທຳຫັນກັບຈາກຄວາມຊອບທຳ ແລະ ເຮັດບາບ, ແລ້ວເຂົາຈະຕ້ອງຕາຍເພາະບາບເຫລົ່ານັ້ນ! \v 19 ເມື່ອ​ຄົນ​ຊົ່ວຫັນຫລັງຈາກຄວາມຊົ່ວຂອງເຂົາ, ແລະ ເຮັດສິ່ງຍຸດຕິທຳແລະຊອບທຳ, ເຂົາຈະມີຊີ­ວິດຢູ່ໄດ້ດ້ວຍສິ່ງເຫລົ່ານັ້ນ​! \v 20 ແຕ່ເຈົ້າທັງຫລາຍກ່າວວ່າ, "ວິທີຂອງອົງພຣະຜູ້ເປັນເຈົ້າ​ບໍ່​ຍຸດ­ຕິ­ທຳ!" ໂອ ເຊື້ອສາຍອິດສະຣາເອນ​ເອີຍ, ເຮົາຈະພິພາກສາເຈົ້າຕາມການປະພຶດຂອງເຈົ້າແຕ່ລະຄົນ!”