lo_ezk_text_ulb_l3/33/12.txt

1 line
1.4 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 12 ບັດນີ້, ບຸດ​ມະ­ນຸດ​ເອີຍ, ຈົ່ງ​ບອກຕໍ່ໄພ່ພົນຂອງເຈົ້າ, 'ຄວາມຊອບທຳຂອງຄົນຊອບທຳ ຈະບໍ່ສາມາດຊ່ວຍເຂົາໃຫ້ພົ້ນໄດ້ ຖ້າເຂົາເຮັດຜິດບາບ! ການຊົ່ວທັງຫລາຍຂອງຄົນຊົ່ວນັ້ນຈະບໍ່ເຮັດໃຫ້ເຂົາລົ້ມລົງ ເມື່ອເຂົາກັບໃຈໃຫມ່ຈາກຄວາມຜິດບາບຂອງເຂົາ! ສຳລັບຄົນຊອບທຳຈະບໍ່ອາດມີຊີວິດຢູ່ໄດ້ດ້ວຍຄວາມຊອບທຳ ຖ້າເຂົາເຮັດບາບ. \v 13 ຖ້າ​​ເຮົາກ່າວກັບຄົນຊອບທຳວ່າ, "ເຂົາຈະມີຊີວິດຢູ່ຢ່າງແນ່ນອນ" ແລະ ຖ້າເຂົາໄວ້ໃຈໃນຄວາມຊອບທຳຂອງເຂົາ ແລະ ແລ້ວເຮັດຄວາມຊົ່ວ, ເຮົາຈະບໍ່ຈົດຈຳການກະທຳທີ່ຊອບທຳໃດໆຂອງເຂົາ. ເຂົາຈະຕ້ອງຕາຍເພາະຄວາມຊົ່ວ ຊຶ່ງເຂົາໄດ້ເຮັດນັ້ນ.