lo_ezk_text_ulb_l3/33/10.txt

1 line
1.5 KiB
Plaintext

\v 10 ດັ່ງນັ້ນເຈົ້າ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງກ່າວກັບເຊື້ອສາຍອິດສະຣາເອນວ່າ, 'ພວກເຈົ້າເຄີຍກ່າວດັ່ງນີ້ວ່າ' "ການ­ລະເມີດ ແລະ ​ຜິດບາບທັງຫລາຍຂອງພວກເຮົາຢູ່ເຫນືອພວກເຮົາ, ແລະພວກເຮົາກໍເຊື່ອມໂຊມໄປເພາະສິ່ງເຫລົ່ານີ້! ພວກເຮົາ​ຈະ​ມີ­ຊີ­ວິດ​ຢູ່​ໄດ້ແນວໃດ?"' \v 11 ຈົ່ງກ່າວຕໍ່ພວກເຂົາວ່າ, 'ຢ່່າງທີ່ເຮົມມີຊີວິດຢູ່ສັນໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ເຮົາ​ຈຶ່ງ​ບໍ່ຍິນດີໃນຄວາມຕາຍຂອງຄົນຊົ່ວ, ແຕ່ພໍໃຈການທີ່ຄົນຊົ່ວຫັນຈາກທາງຊົ່ວຂອງເຂົາ, ແລ້ວມີຊີວິດຢູ່! ຈົ່ງກັບໃຈໃຫມ່! ຈົ່ງກັບໃຈໃຫມ່ຈາກທາງຊົ່ວຂອງເຈົ້າ! ເພາະເປັນຫຍັງເຈົ້າຈຶ່ງຍອມຕາຍຫລື, ໂອ ເຊື້ອສາຍອິດສະຣາເອນເອີຍ?'