lo_ezk_text_ulb_l3/32/28.txt

1 line
1.1 KiB
Plaintext

\v 28 ດັ່ງ­ນັ້ນ ເຈົ້າເອງ, ເອຢິບ, ຈະຖືກທຳລາຍທ່າມກາງພວກ​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ! ເຈົ້າຈະ​ນອນ​ຢູ່​ກັບ​ຄົນ​ເຫລົ່າ­ນັ້ນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ. \v 29 ເອ­ໂດມ​ກໍ​ຢູ່​ບ່ອນ­ນັ້ນ ພ້ອມທັງບັນດາ​ກະ­ສັດ ແລະ ​ບັນ­ດາ​ເຈົ້າ​ນຳ​ທັງ­ຫລາຍຂອງເຂົາ​. ເຖິງ­ແມ່ນ­ວ່າ​ພວກ­ເຂົາ​ເຄີຍເຂັ້ມແຂງຫລາຍກໍຍັງຖືກນຳວາງໄວ້ກັບພວກຖືກຂ້າດ້ວຍດາບ. ​ພ້ອມກັບ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ, ກັບ​ບັນ­ດາ​ຄົນ­ທີ່​ໄດ້​ລົງ​ໄປ​ຍັງ​ຂຸມ​ຝັງ​ສົບ​ຄົນ​ຕາຍ.