lo_ezk_text_ulb_l3/32/26.txt

1 line
1.5 KiB
Plaintext

\v 26 ເມ­ເຊັກ, ຕູບານ, ແລະ ກັບປະຊາຊົນທັງຫມົດຂອງພວກເຂົາກໍ​ຢູ່​ບ່ອນ­ນັ້ນ! ຂຸມ​ຝັງສົບ​ທັງຫລາຍຂອງຄົນເຫລົ່ານັ້ນຢູ່ອ້ອມຮອບພວກເຂົາ. ພວກເຂົາທັງຫມົດບໍ່­ໄດ້­ເຂົ້າສູ່​ພິ­ທີ­ຕັດ, ລ້ວນແຕ່ຖືກຂ້າດ້ວຍດາບ, ເພາະ​ພວກ­ເຂົາໄດ້ນຳ​ຄວາມ​ໂກດ​ຮ້າຍ​ມາໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ. \v 27 ພວກ­ເຂົາບໍ່ໄດ້ນອນຢູ່ກັບພວກນັກຮົບທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ ຜູ້ຊຶ່ງລົງໄປຍັງແດນຄົນຕາຍພ້ອມກັບອາວຸດທັງຫລາຍຂອງສົງຄາມ, ແລະ ດາບທັງຫລາຍຂອງພວກເຂົາຖືກວາງໄວ້ລຸ່ມຫົວຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາກໍຢູ່ເຫນືອ​ກະ­ດູກ​ທັງຫລາຍຂອງພວກ​ເຂົາ. ເພາະ­ວ່າ ​ພວກ­ເຂົາເຄີຍເປັນນັກຮົບຜູ້​ໂກດ​ຮ້າຍ­ໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ.