lo_ezk_text_ulb_l3/32/24.txt

1 line
2.2 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 24 ເອ­ລາມ​ກັບປະຊາຊົນທັງຫມົດກໍ​ຢູ່​ບ່ອນ­ນັ້ນ. ຢູ່ອ້ອມຂ້າງນາງ ລ້ວນແຕ່ແມ່ນຂຸມຝັງ​ສົບ​ຂອງຄົນເຫລົ່ານັ້ນທີ່​ຖືກ​ຂ້າ. ຜູ້ຊຶ່ງລົ້ມ­ລົງ​ດ້ວຍ​ດາບ, ຜູ້ຊຶ່ງ​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທີ່ລົງໄປຍັງເບື້ອງລຸ່ມສຸດຂອງແຜ່ນດິນ, ຜູ້ຊຶ່ງໄດ້ນຳ​ຄວາມ​ໂກດ​ຮ້າຍ​ມາໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ ແລະ ຜູ້ທີ່ທົນຮັບຄວາມອັບອາຍຂອງຕົນ, ຮ່ວມກັບຄົນທີ່ລົງ​ໄປ​ຂຸມ​ຝັງ​ສົບ​ຄົນ​ຕາຍເບື້ອງເລິກສຸດ. \v 25 ພວກ­ເຂົາ​ໄດ້ຕັ້ງຕຽງຫລັງຫນຶ່ງໃຫ້ກັບຊົນຊາດເອລາມ ແລະ ປະຊາຊົນທັງຫມົດໃນທ່າມກາງຜູ້ທີ່ຖືກຂ້າ; ຂຸມຝັງສົບທັງຫລາຍກໍຢູ່ອ້ອມຮອບນາງ. ພວກເຂົາທັງຫມົດບໍ່ໄດ້ເຂົ້າສູ່ພິທີຕັດ, ຖືກແທງດ້ວຍດາບ, ເພາະ­ວ່າ​ພວກ­ເຂົາ​ໄດ້ນຳ​ຄວາມ​ໂກດ​ຮ້າຍ​ມາໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ. ແລ້ວພວກເຂົາຕ້ອງ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂອງຕົນ, ພ້ອມກັບ​ຜູ້​ທີ່​ລົງ​ໄປ​ໃນ​ຂຸມ​ຝັງ​ສົບ​ໃນແດນມໍລະນາທ່າມກາງຄົນທັງຫລາຍທີ່ຖືກຂ້າ, ຜູ້ຊຶ່ງກຳລັງລົງໄປໃນຂຸມຝັງສົບ. ເອລາມຢູ່ທ່າມກາງພວກ​ຜູ້ທີ່່​ຖືກ​ຂ້າ.