1 line
1.2 KiB
Plaintext
1 line
1.2 KiB
Plaintext
\c 32 \v 1 ສິ່ງນີ້ໄດ້ເກີດຂື້ນ ເມື່ອວັນທີຫນຶ່ງ, ເດືອນທີສິບສອງ, ໃນປີທີສິບສອງ, ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງກ່າວຄຳຄ່ຳຄວນເລື່ອງຟາຣາໂອ ກະສັດແຫ່ງເອຢິບ; ແລະ ກ່າວຕໍ່ລາວວ່າ, 'ເຈົ້າເປັນເຫມືອນສິງຫນຸ່ມທ່າມກາງປະຊາຊາດທັງຫລາຍ, ແຕ່ເຈົ້າກໍເປັນເຫມືອນສັດຮ້າຍໃນທະເລທັງຫລາຍ; ເຈົ້າປັ່ນນໍ້າໃນແມ່ນ້ຳ, ເຈົ້າກວນນໍ້າໃຫ້ຂຸ່ນດ້ວຍຕີນຂອງເຈົ້າ, ແລະ ເຮັດໃຫ້ແມ່ນໍ້າທັງຫລາຍເປັນຂີ້ຕົມ. |