1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 22 ເຫດສະນັ້ນ ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ, 'ເບິ່ງແມ໋, ເຮົາຕໍ່ສູ້ ຟາຣາໂອ ກະສັດແຫ່ງເອຢິບ. ເພື່ອເຮົາຈະຫັກແຂນຂອງເຂົາ, ທັງແຂນທີ່ຍັງແຂງແຮງ ແລະ ແຂນທີ່ຫັກແລ້ວນັ້ນ, ແລະ ເຮົາຈະເຮັດໃຫ້ດາບຫລຸດຈາກມືຂອງເຂົາ. \v 23 ແລ້ວເຮົາຈະເຮັດໃຫ້ຄົນເອຢິບກະຈັດກະຈາຍໄປຢູ່ທ່າມກາງປະຊາຊາດ ແລະ ຈະກະຈາຍພວກເຂົາໄປຕາມດິນແດນຕ່າງໆ. \v 24 ເຮົາຈະເສີມກຳລັງແຂນຂອງກະສັດແຫ່ງບາບີໂລນ ແລະ ເອົາດາບຂອງເຮົາໃສ່ມືເຂົາ ເພື່ອເຮົາຈະທຳລາຍແຂນຂອງຟາຣາໂອ. ເຂົາຈະຮ້ອງຄໍ່າຄວນຕໍ່ຫນ້າກະສັດບາບີໂລນເຫມືອນສຽງຂອງຄົນຖືກບາດເຈັບໃກ້ຈະຕາຍ. |