lo_ezk_text_ulb_l3/30/13.txt

1 line
1.2 KiB
Plaintext

\v 13 ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ທຳ­ລາຍ​ຮູບ​ເຄົາ­ລົບທັງຫລາຍ, ແລະ ເຮົາຈະນຳຄາວສຸດທ້າຍມາ­ໃຫ້ແກ່​ຮູບ​ເຄົາ­ລົບ​ທີ່ບໍ່ມີຄ່າທັງຫລາຍໃນ​ເມືອງ​ມຳຟິດ. ໃນທີ່ນັ້ນຈະບໍ່ມີເຈົ້າຊາຍຈາກແຜ່ນ­ດິນ​ເອ­ຢິບ​ອີກຕໍ່ໄປ, ແລະ ເຮົາຈະເອົາຄວາມຢ້ານກົວລົງເທິງແຜ່ນດິນເອຢິບ. \v 14 ແລ້ວເຮົາ​ຈະ​ເຮັດໃຫ້​ເມືອງປັດ­ໂຣດ ເປັນ​ບ່ອນຮົກ​ຮ້າງວ່າງເປົ່າ ແລະ ຈູດເມືອງ​ໂຊ­ອານ, ແລະ ເຮົາຈະນຳ­ການ​ພິ­ພາກ­ສາ​ລົງ­ໂທດມາເທິງ​ເມືອງ​ເອກ​ຂອງ​ເທ​ເບ.