lo_ezk_text_ulb_l3/28/18.txt

1 line
1.2 KiB
Plaintext

\v 18 ເຫດເພາະຄວາມຜິດບາບຫລວງຫລາຍຂອງເຈົ້າ ແລະ ການຄ້າທີ່ບໍ່ສັດຊື່ຂອງເຈົ້າ, ເຈົ້າເຮັດໃຫ້​ສະ­ຖານນະມັດສະການບໍຣິສຸດ​ເປັນ​ມົນ­ທິນ. ດັ່ງນັ້ນ ເຮົາຈຶ່ງເຮັດໄຟອອກມາຈາກເຈົ້າ; ໄຟກໍເຜົາຜານເຈົ້າ. ເຮົາຈະເຮັດໃຫ້ເຈົ້າກາຍ​ເປັນ​ຂີ້­ເຖົ່າ​ໄປ​ຕາມ​ພື້ນ​ໂລກຕໍ່­ສາຍຕາຂອງທຸກຄົນທີ່​ເບິ່ງ​ເຈົ້າ. \v 19 ບັນ­ດາ​ຜູ້​ທີ່​ຮູ້­ຈັກ​ເຈົ້າ​ທ່າມ­ກາງ​ຊົນ­ຊາດ​ທັງ­ຫລາຍ ພວກ­ເຂົາ​ຈະ​ຕົກ­ຕະລຶງ ເພາະເຫັນ​ເຈົ້າ; ພວກເຂົາຈະ​ຢ້ານ​ກົວ, ແລະ ເຈົ້າ​ຈະ​ບໍ່​ດຳ­ລົງ​ຢູ່​ອີກ​ຕໍ່­ໄປ​ເປັນ­ນິດ.'"