lo_ezk_text_ulb_l3/28/11.txt

1 line
1.5 KiB
Plaintext

\v 11 ພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ, \v 12 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເປັ່ງ­ສຽງ​ຮ້ອງ​ຄ່ຳ​ຄວນເຖິງ​ກະ­ສັດ​ແຫ່ງ​ຕີ­ເຣ ແລະ​ ຈົ່ງ​ກ່າວ​ແກ່ເຂົາວ່າ 'ພຣະຢາເວອົງ­ ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ: ເຈົ້າ​ເປັນ​ແບບຢ່າງຂອງ​ຄວາມ​ສົມ­ບູນແບບ, ເຕັມ​ໄປດ້ວຍ​ສະ­ຕິ­ປັນ­ຍາ ແລະ ​ມີ​ຄວາມ­ງາມ​ພຽບພ້ອມ. \v 13 ເຈົ້າ​ເຄີຍ​ຢູ່­ໃນ​ເອ­ເດນ, ສວນ​ຂອງ​ພຣະ­ເຈົ້າ, ເພັດ­ພອຍ​ທຸກ​ຢ່າງປົກຄຸຸມເຈົ້າໄວ້: ຄື​ທັບ­ທິມ, ພອຍເຫລືອງ, ມໍ­ລະ­ກົດ, ເພທາຍ, ຫີນອ່ອນ, ພອຍ​ຂຽວ, ພອຍ​ສີ­ຄາມ, ແລະ​ ຢົກ. ເພັດພອຍເຫລົ່ານີ້ປະກອບ ແລະ ​ຝັງໃນຕົວເຮືອນທີ່ເຮັດມາຈາກຄຳ. ຊຶ່ງຈັດຕຽມໄວ້ແລ້ວໃນວັນທີ່​ສ້າງ​ເຈົ້າ​ຂຶ້ນ​ມາ.