lo_ezk_text_ulb_l3/28/01.txt

1 line
1.5 KiB
Plaintext

\c 28 \v 1 ແລ້ວພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ, \v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ກ່າວ​ແກ່​ເຈົ້າ­ເມືອງ​ຕີ­ເຣ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະ​ຈິດໃຈ​ຂອງ​ເຈົ້າ​ອວດ­ອົ່ງ​ຈອງ­ຫອງ​ຂຶ້ນ! ເຈົ້າ​ໄດ້ເວົ້າ​ວ່າ, “ເຮົາ​ເປັນເທບ​ພະເຈົ້າ! ເຮົາຈະນັ່ງ​ຢູ່­ໃນ​ບ່ອນ​ນັ່ງຂອງບັນດາເທບ​ພະເຈົ້າທັງຫລາຍ​ຢູ່ໃຈກາງ​ທະ­ເລທັງປວງ!" ແຕ່ວ່າ​ເຈົ້າ​ເປັນ­ພຽງ​ແຕ່​ມະ­ນຸດ ແລະ ບໍ່​ແມ່ນເທບພະ­ເຈົ້າ, ແຕ່​ເຈົ້າ​ເຮັດໃຫ້ໃຈຂອງເຈົ້າຄືຫົວໃຈຂອງເທບພະເຈົ້າທັງຫລາຍ; \v 3 ເຈົ້າຄິດວ່າ ເຈົ້າ​ສະ­ຫລາດ​ກວ່າ​ດາ­ນີ­ເອນ, ແລະ ບໍ່­ມີ​ຄວາມ​ລັບ​ອັນ­ໃດ​ທີ່​ເຊື່ອງ​ໃຫ້​ພົ້ນ​ຈາກເຈົ້າ​ໄດ້!