lo_ezk_text_ulb_l3/26/12.txt

1 line
1.7 KiB
Plaintext

\v 12 ພວກເຂົາຈະປຸ້ນເອົາຊັບ­ສົມ­ບັດ​ຂອງ​ເຈົ້າ ແລະ ເຂົາ​ຈະ​ເອົາສິນຄ້າຕ່າງໆຂອງເຈົ້າໄປ. ພວກເຂົາ​ຈະ​ພັງ​ກຳ­ແພງ​ທັງຫລາຍຂອງ​ເຈົ້າ​ລົງ ແລະ​ ຈະ​ທຳ­ລາຍ​ເຮືອນອັນຫລູຫລາຕ່າງໆ​ຂອງ​ເຈົ້າເສຍ. ບັນດາຫີນ, ບັນດາໄມ້ ແລະ ​ຊາກຫັກພັງດິນ​ຂອງ​ເຈົ້າ​ນັ້ນ ­ພວກເຂົາ​ຈະ​ໂຍນ​ຖິ້ມ​ລົງ​​ນ້ຳທັງຫລາຍ. \v 13 ເຮົາຈະຢຸດສຽງ​ເພງ​ຕ່າງໆຂອງ​ເຈົ້າ​ເສຍ. ສຽງ​ພິນ​ຄູ່ທັງຫລາຍ​ຂອງ​ເຈົ້າກໍ​ຈະ​ບໍ່ເປັນທີ່­ໄດ້​ຍິນ​ອີກຕໍ່ໄປ. \v 14 ເຮົາ​ຈະ​ເຮັດ­ໃຫ້​ເຈົ້າ​ເປັນຫີນຫົວໂລ້ນ, ​ເຈົ້າ​ຈະກາຍ​ເປັນ​ສະ­ຖານ­ທີ່​ສຳ­ລັບ​ຕາກ​ແຫມອງ. ເຈົ້າຈະ​ບໍ່­ຖືກ​ສ້າງ​​ຂຶ້ນໃຫມ່​ອີກເລີຍ, ເພາະ​ເຮົາເອງ, ຄືພຣະຢາເວ ອົງພຣະຜູ້ເປັນເຈົ້າ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ.