lo_ezk_text_ulb_l3/26/09.txt

1 line
1.7 KiB
Plaintext

\v 9 ເຂົາ​ຈະ​ຕັ້ງ​ເຄື່ອງ​ທະ­ລຸທັງຫລາຍຂອງເຈົ້າດ້ວຍໄມ້ທ່ອນ​ຕໍ່­ສູ້​​ກຳ­ແພງ​ຂອງ​ເຈົ້າ, ແລະ ​ບັນດາອາວຸດຂອງເຂົາທຳລາຍຫໍຄອຍທັງຫລາຍຂອງ​ເຈົ້າ​ລົງ. \v 10 ບັນດາມ້າ​ຂອງ​ເຂົາມີຢ່າງຫລວງ­ຫລາຍ​ຈົນ​ເຮັດໃຫ້ຂີ້ຝຸ່ນ​​ປົກ​ຄຸມ​ເຈົ້າ​ໄວ້. ກຳ­ແພງ​ເມືອງ​ຂອງ​ເຈົ້າ​ຈະ​ສັ່ນ­ສະ­ເທືອນ​ດ້ວຍ​ສຽງຂອງບັນດາ​ທະ­ຫານ​ມ້າ, ບັນດາກວຽນ, ແລະ ​ບັນດາລົດ­ຮົບມ້າ. ເມື່ອເຂົາ​ເຂົ້າ​ປະ­ຕູ​ເມືອງ​ຂອງ​ເຈົ້າ, ເຂົາຈະເຂົ້າມາເຫມືອນ​ກັບ​ຄົນ​ຍ່າງ​ເຂົ້າ​ເມືອງທີ່ກຳແພງໄດ້ທຳລາຍລົງແລ້ວ. \v 11 ຕີນມ້າ​ຈະ​ຢຽບ​ບັນດາຖະ­ຫນົນທຸກສາຍຂອງ​ເຈົ້າ​ ດ້ວຍ​ກີບ​ມ້າທັງຫລາຍ. ເຂົາ​ຈະ​ຂ້າ​ຊົນ­ຊາດ​ຂອງ​ເຈົ້າ​ດ້ວຍ​ຄົມດາບ ແລະ ​ເສົາ​ຫີນອັນ​ແຂງ­ແຮງ​ທັງຫລາຍຂອງ​ເຈົ້າ​ຈະລົ້ມ­ລົງ​ເຖິງ​ດິນ.