lo_ezk_text_ulb_l3/23/38.txt

1 line
1.2 KiB
Plaintext

\v 38 ແລ້ວພວກເຂົາ ຍັງຄົງສືບຕໍ່ເຮັດເຊັ່ນນີ້ກັບເຮົາອີກ: ພວກເຂົາໄດ້ເຮັດສະຖານນະມັດສະການຂອງເຮົາເປັນມົນທິນ, ແລະ ໃນວັນດຽວກັນພວກເຂົາໄດ້ໃຫ້ບັນດາ​ສະ­ບາ​ໂຕ​ຂອງ​ເຮົາ​ໃຫ້ເປັນມົນທິນ. \v 39 ຄື​ເມື່ອ​ພວກເຂົາ​ຂ້າ​ລູກທັງຫລາຍ​ຂອງພວກເຂົາ​ເພື່ອເປັນ​ເຄື່ອງ­ບູ­ຊາ​ຮູບ​ເຄົາ­ລົບຂອງພວກເຂົາ, ຈາກນັ້ນ ​ພວກເຂົາ​ກໍ​ເຂົ້າ​ມາ​ໃນ​ສະ­ຖານນະມັດສະການ​ຂອງ​ເຮົາ ແລະ ​ເຮັດ­ໃຫ້​ສະ­ຖານ­ທີ່​ນັ້ນ​ເປັນ​ມົນ­ທິນ! ດັ່ງນັ້ນ ເບິ່ງ​ແມ໋! ພວກເຂົາໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ໃນ​ທ່າມກາງວິ­ຫານ​ຂອງ​ເຮົາ.