1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 24 ພວກເຂົາຈະມາຕໍ່ສູ້ເຈົ້າດ້ວຍອາວຸດທັງຫມົດ, ແລະ ດ້ວຍລົດມ້າຮົບ ແລະ ກວຽນ, ແລະ ພ້ອມຊົນຊາດທັງຫລາຍເປັນຈຳນວນຫລາຍ. ພວກເຂົາຈະໃຊ້ໂລ່ໃຫ່ຍ, ໂລ່ນ້ອຍ, ແລະ ຫມວກເຫລັກຕັ້ງຕົນຕໍ່ສູ້ກັບເຈົ້າທຸກດ້ານ. ເຮົາຈະມອບໂອກາດໃຫ້ພວກເຂົາລົງໂທດເຈົ້າ, ແລະ ພວກເຂົາຈະລົງໂທດເຈົ້າດ້ວຍການກະທຳທັງຫລາຍຂອງເຂົາ. \v 25 ເພາະເຮົາຈະຕັ້ງຄວາມອິດສາຂອງເຮົາເທິງເຈົ້າ, ແລະ ພວກເຂົາຈະເຮັດກັບເຈົ້າດ້ວຍຄວາມໂກດຮ້າຍ. ພວກເຂົາຈະຕັດດັງ ແລະ ຕັດຫູຂອງເຈົ້າອອກເສຍ, ແລະ ພວກເຈົ້າທີ່ລອດຈະລົ້ມລົງດ້ວຍຄົມດາບ. ພວກເຂົາຈະຈັບລູກຊາຍ ແລະ ລູກສາວທັງຫລາຍຂອງເຈົ້າ, ແລະ ພວກເຈົ້າທີ່ລອດຈະຖືກເຜົາດ້ວຍໄຟ. |