lo_ezk_text_ulb_l3/23/08.txt

1 line
1.5 KiB
Plaintext

\v 8 ເພາະນາງ​ບໍ່­ໄດ້​ລະ​ຄວາມປະພຶດການເປັນໂສເພນີຕັ້ງແຕ່​ຢູ່​ເອ­ຢິບ, ​​ພວກເຂົາໄດ້ນອນນຳນາງ ເມື່ອນາງ​ຍັງ​ສາວ, ​ພວກເຂົາຈັບ​ຕ້ອງຫນ້າ​ເອິກ​ພົມ­ມະ­ຈາ­ລີ​ຂອງ​ນາງ ແລະ ​ຖອກເທ​ລາ­ຄະ​ຕັນ­ຫາ​ຂອງ​ເຂົາ​ໃຫ້​ແກ່​ນາງ. \v 9 ເພາະ­ສະ­ນັ້ນ ເຮົາ​ຈຶ່ງ​ມອບ​ນາງ​ໃຫ້​ຕົກ​ຢູ່­ໃນ​ມື​ຂອງພວກ​ຄົນ​ຮັກ​ຂອງ​ນາງ, ຄື​ໃນ​ມື​ຄົນ​ອັດ­ຊີ­ເຣຍ​ຊຶ່ງ​ນາງ​ຫລົງ­ໄຫລ​ນັ້ນ. \v 10 ພວກ­ເຂົາໄດ້ເຜີຍຄວາມເປືອຍກາຍຂອງນາງ. ພວກເຂົ​າຈັບ​ລູກ­ຊາຍ​ ແລະ ລູກຍິງ​ຂອງ​ນາງ, ແລະ​ພວກເຂົາຂ້າ​ນາງ​ດ້ວຍ​ຄົມດາບ, ແລະ​ ນາງ​ຈຶ່ງກາຍເປັນຄົນຫນ້າອັບອາຍແກ່ຜູ້ຍິງຄົນອຶ່ນໆ, ດັ່ງນັ້ນ ພວກເຂົາໄດ​້ພິ­ພາກ­ສາ​ລົງ­ໂທດ​ນາງ​ແລ້ວ.