lo_ezk_text_ulb_l3/22/17.txt

1 line
1.2 KiB
Plaintext

\v 17 ຕໍ່ມາ ພຣະ­ຄຳຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ, \v 18 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຊື້ອ­ສາຍ​ອິດສະຣາເອນ​ກາຍ­ເປັນ​ຂີ້​ເຫຍື້ອສຳລັັບເຮົາ. ພວກ­ມັນທັງ​ຫມົດ​ເປັນຂີ້​ທອງ­ເຫລືອງ, ຂີ້ກົ່ວ, ເຫລັກເສດ ໃນ​ທ່າມກາງພວກເຈົ້າ. ພວກ­ເຂົາ​ເປັນເສດ​ເງິນໃນເຕົາຫລອມຂອງເຈົ້າ. \v 19 ເພາະ­ສະ­ນັ້ນ ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ, ' ເພາະ­ວ່າ ພວກ​ເຈົ້າທັງ​ຫມົດ​ເປັນເຫມືອນ​ຂີ້ເຫຍື້ອ,' ດັ່ງນັ້ນ, ບິ່ງ​ແມ໋! ເຮົາ​ຈະ​ຮວບ­ຮວມ​ເຈົ້າ​ໄວ້​ທ່າມ­ກາງ​ນະຄອນເຢ­ຣູ­ຊາ­ເລັມ.