lo_ezk_text_ulb_l3/22/10.txt

1 line
1.7 KiB
Plaintext

\v 10 ການເປື່ອຍກາຍຂອງພໍ່ ຖືກເປີດເຜີຍໃຫ້ເຈົ້າໄດ້ເຫັນ. ພວກເຂົາໄດ້ຂົ່ມເຫັງຜູ້ຍິງທີ່ເປັນມົນທິນໃນເຈົ້າໃນລະຫວ່າງບໍ່ສະອາດຂອງເຂົາ. \v 11 ຜູ້ຊາຍທີ່ເຮັດສິ່ງທີ່ຫນ້າ​ກຽດ­ຊັງ​ກັບ​ເມຍ​ຂອງ​ເພື່ອນ­ບ້ານ, ແລະ ຜູ້ຊາຍທີ່ຂົ່ມ­ຂືນ​ລູກໄພ້​ຂອງ­ຕົນ​ຢ່າງ​​ຫນ້າ​ລະອາຍ; ຜູ້ຊາຍທີ່ລ່ວງເກີນເອື້ອຍນ້ອງ—ລູກ­ສາວ​​ຮ່ວມ​ພໍ່​ດຽວຂອງ­ຕົນ — ຄົນເຫລົ່ານີ້ຕ່າງຢູ່ທ່າມກາງເຈົ້າ. \v 12 ຊາຍທັງຫລາຍເຫລົ່ານີ້ທີ່​ຮັບ​ສິນ­ບົນທ່າມກາງເຈົ້າ ​ເພື່ອ​ເຮັດ­ໃຫ້​ຫລັ່ງເລືອດ. ເຈົ້າ​ເອົາ​ດອກ­ເບ້ຍ ແລະ ​ຫາ​ກຳ­ໄລ​ຫລາຍເກີນໄປ. ເຈົ້າໄດ້ທຳລາຍເພື່ອນ­ບ້ານ​ຂອງ​ເຈົ້າ​ໂດຍ​ການ­ບີບ​ບັງ­ຄັບ ແລະ​ ເຈົ້າ​ໄດ້ຫລົງ​ລືມ​ເຮົາ​ເສຍ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​.