lo_ezk_text_ulb_l3/20/42.txt

1 line
1.8 KiB
Plaintext

\v 42 ແລ້ວ, ເມື່ອ​ເຮົານຳເຈົ້າ​ເຂົ້າໃນ​ແຜ່ນ­ດິນ​ອິດສະຣາເອນ, ໄປຍັງແຜ່ນດິນທີ່ເຮົາໄດ້ຍົກມືສາບານໄວ້ວ່າ ຈະມອບໃຫ້ແກ່​ບັນ­ພະ­ບູ­ລຸດ​ຂອງພວກ​ເຈົ້າ, ພວກເຈົ້າຈະຮູ້ວ່າວ່າ ເຮົາແມ່ນພຣະຢາເວ. \v 43 ແລ້ວ ພວກເຈົ້າ​ຈະ​­ນຶກ​ເຖິງວິທີ​ທາງອັນຊົ່ວຮ້າຍ, ແລະ ​ການ​ກະ­ທຳ​ທັງ​ຫມົດ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ເຮັດ­ໃຫ້​ໂຕ​ຂອງ​ເຈົ້າ​ເປັນ​ມົນ­ທິນ, ແລະ​ ພວກເຈົ້າຈະກຽດຊັງຕົນເອງໃນ​ສາຍ­ຕາ​ຂອງ​ເຈົ້າ​ເອງ, ເພາະຄວາມຊົ່ວທັງຫລາຍຊຶ່ງເຈົ້າໄດ້ເຮັດນັ້ນ. \v 44 ດັ່ງນັ້ນ ພວກເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ ເມື່ອເຮົາໄດ້ເຮັດແບບນີ້ກັບເຈົ້າ ເພາະເຫັນແກ່ນາມຊື່ຂອງເຮົາ, ບໍ່ແມ່ນຕາມວິທີທາງອັນຊົ່ວຮ້າຍຂອງເຈົ້າ, ຫລືຕາມການກະທຳທີ່ເຊື່ອມກຽດຂອງເຈົ້າ, ໂອ ​ເຊື້ອສາຍອິດສະຣາເອນເອີຍ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ​ພຣະ­ຜູ້­ເປັນ­ເຈົ້າ.”'