lo_ezk_text_ulb_l3/20/33.txt

1 line
1.6 KiB
Plaintext

\v 33 ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ — ເຮົາ​ຈະ​ປົກ­ຄອງ​ເຫນືອ​ເຈົ້າດ້ວຍມືທີ່ມີຣິດອຳນາດຂອງເຮົາ, ​ຢຽດແຂນ​ອອກ, ແລະ​ຖອກເທ​ຄວາມ​ໂກດຮຮ້າຍ​ລົງເຫນືຶອພວກເຈົ້າຢ່າງແນ່ນອນສັນນັ້ນ. \v 34 ເຮົາ​ຈະ​ນຳ​ເຈົ້າ​ອອກ​ມາ​ຈາກ​ຊົນ­ຊາດ​ທັງ­ຫລາຍ ແລະ​ ຈະ​ຮວບ­ຮວມ​ເຈົ້າ​ອອກ​ມາ​ຈາກ​ປະ­ເທດ​ທັງ­ປວງ​ ຊຶ່ງທີ່​ເຈົ້າຖືກ​ກະ­ຈັດ­ກະ­ຈາຍ​​ໄປ​ຢູ່ນັ້ນ. ເຮົາຈະເຮັດສິ່ງນີ້ດ້ວຍ​ມື​ທີ່​ມີ​ຣິດອຳນາດ ແລະ ​ຖອກເທຄວາມ​ໂກດຮ້າຍ​ອອກມາ. \v 35 ແລ້ວເຮົາ​ຈະ​ນຳພວກ​ເຈົ້າ​ເຂົ້າ­ໄປ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ແຫ່ງ​ຊົນ­ຊາດ​ທັງ­ຫລາຍ ແລະ ໃນ​ບ່ອນ­ນັ້ນ​ເຮົາ​ຈະ​ພິພາກສາເຈົ້າແບບ­ຫນ້າຕໍ່ຫນ້າ.