lo_ezk_text_ulb_l3/20/21.txt

1 line
1.6 KiB
Plaintext

\v 21 ແຕ່​ລູກຊາຍ ແລະ ລູກຍິງທັງຫລາຍຂອງພວກເຂົາໄດ້­ກະ­ບົດ​ຕໍ່​ເຮົາ. ພວກ­ເຂົາ​ບໍ່­ໄດ້​ດຳ­ເນີນ​ຕາມ​ກົດບັນຍັດ​ຂອງ​ເຮົາ ຫລື​ບໍ່​ຮັກ­ສາ​ຂໍ້​ຄຳສັ່ງ​ຂອງ​ເຮົາ, ຊຶ່ງ​ເປັນສິ່ງທີ່​ມະ­ນຸດອາດມີຊີວິດຢູ່​ໄດ້​​ຖ້າພວກເຂົາເຊື່ອຟັງສິ່ງເຫລົ່ານັ້ນ. ພວກ­ເຂົາ​ໄດ້​ຫມິ່ນປະຫມາດວັນ​ສະ­ບາ​ໂຕ​ຂອງ​ເຮົາ, ດັ່ງນັ້ນ ເຮົາຕັ້ງໃຈທີ່ຈະຖອກເທຄວາມໂກດຮ້າຍຂອງເຮົາລົງ​ເຫນືຶອພວກເຂົາ ເພື່ຶອໃຫ້ສົມກັບຄວາມໂກດຮ້າຍ​ຂອງ​ເຮົາ​​ຕໍ່​ສູ້ພວກເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ. \v 22 ແຕ່​ເຮົາ​ໄດ້ຫັນຫລັງຈາກການກະທຳຂອງ​ເຮົາ ເພື່ອເຫັນແກ່ນາມຂອງເຮົາ, ເພື່ອ​ບໍ່​ໃຫ້ນາມ​ນັ້ນ​ເຊື່ອມເສຍກຽດ​ຕໍ່​ສາຍ­ຕາ​ຂອງ​ປະ­ຊາ­ຊາດ​ທັງ­ຫລາຍທີ່ເຮົານຳອອກມາຈາກອິດສດຣາເອນ.