lo_ezk_text_ulb_l3/20/15.txt

1 line
1.8 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 15 ດັ່ງນັ້ນ ເຮົາກໍໄດ້ຍົກມືຂອງເຮົາສາບານ​ຕໍ່​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ວ່າ ເຮົາ​ຈະ​ບໍ່​ນຳ​ພວກ­ເຂົາ​ມາ​ໃນ​ແຜ່ນ­ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ພວກ­ເຂົາ, ຊຶ່ງເປັນ​ແຜ່ນ­ດິນ​ທີ່​ມີ​ນ້ຳ​ນົມ ແລະ​ນ້ຳ­ເຜິ້ງ​ໄຫລ​ບໍ­ລິ­ບູນ, ມັນເປັນ​ເຄື່ອງປະດັບທີ່ສວຍງາມທີ່ສຸດໃນບັນດາ​ແຜ່ນ­ດິນ​ທັງ­ຫລາຍ. \v 16 ເຮົາໄດ້ສາບານເພາະ​ພວກ­ເຂົາໄດ້​ປະ­ຕິ­ເສດ​ບໍ່​ຮັບ​ຂໍ້​ບັນຍັດ​ຂອງ​ເຮົາ ແລະ ​ບໍ່​ດຳ­ເນີນ​ຕາມພຣະທຳ​ຂອງ​ເຮົາ, ແລະ ພວກເຂົາໄດ້ລົບລູ່ບັນດາ​ວັນສະ­ບາ​ໂຕ​ຂອງ​ເຮົາ, ເພາະ­ວ່າ​ຈິດ­ໃຈ​ຂອງ​ພວກ­ເຂົາ​ໄປ​ຕິດ­ຕາມ​ຮູບ​ເຄົາ­ລົບ​ຂອງ­ຕົນ. \v 17 ເຖິງ​ປານ​ນັ້ນ​ກໍ­ດີ ໃນ­ຕາ​ຂອງ​ເຮົາ​ກໍ​ຍັງ​ມີຄວາມປາ­ນີ​ຕໍ່ການທຳລາຍຂອງພວກເຂົາ ແລະ ​ເຮົາ​ບໍ່­ໄດ້​ທຳ­ລາຍ​ພວກ­ເຂົາໃຫ້ສູນສີ້ນໄປໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ນັ້ນ.