lo_ezk_text_ulb_l3/20/08.txt

1 line
1.6 KiB
Plaintext

\v 8 ແຕ່​ພວກ­ເຂົາ​ໄດ້​ກະ­ບົດ​ຕໍ່​ເຮົາ ແລະ​ ບໍ່­ຍອມ​ເຊື່ອຟັງ​ເຮົາ. ພວກ­ເຂົາ​ແຕ່ລະຄົນບໍ່ຍອມປະ​ຖິ້ມ​ສິ່ງ​ທີ່​ຫນ້າ​ກຽດ­ຊັງໄປຈາກສາຍຂອງເຂົາເສຍ ຫລື ປະຖິ້ມຮູບ​ເຄົາ­ລົບ​ທັງຫລາຍຂອງ​ເອ­ຢິບ, ດັ່ງນັ້ນ ​ເຮົາ​ຕັ້ງໃຈທີ່​ຈະຖອກເທຄວາມ​ໂກດຮ້າຍ​ຂອງ​ເຮົາ​ອອກ​ເຫນືອ​ພວກ­ເຂົາ ເພື່ອໃຫ້ສະສົມກັບ​ຄວາມໂກດ​ຮ້າຍ​ຂອງ​ເຮົາ​ມີ​ຕໍ່​ພວກ­ເຂົາໃນ​ທ່າມ­ກາງ​ແຜ່ນ­ດິນ​ເອ­ຢິບ. \v 9 ເຮົາ​​ເຮັດເພື່ອ​​ເຫັນ­ແກ່​ນາມ​ຂອງ​ເຮົາ ເພື່ອຈະ​ບໍ່ຍອມໃຫ້ພຣະນາມນັ້ນຖືກຫມິ່ນປະຫມາດໃນສາຍຕາ​ປະ­ຊາ­ຊາດທັງປວງ ທີ່​ອາ­ໄສ​ຢູ່ທີ່ນັ້ນ. ເຮົາ​ຈຶ່ງ​ໄດ້​ສະ­ແດງ​ຕົນ​ໃຫ້ພວກເຂົາຮູ້, ແລະ ເຫັນດ້ວຍສາຍຕາຂອງພວກເຂົາໂດຍການນຳພວກເຂົາອອກ​ມາ​ຈາກ​ແຜ່ນ­ດິນ​ເອ­ຢິບ.