lo_ezk_text_ulb_l3/18/29.txt

1 line
1.2 KiB
Plaintext

\v 29 ແຕ່ເຊື້ອສາຍອິດສະຣາເອນຍັງກ່າວວ່າ, 'ວິທີທາງຂອງອົງພຣະ­ຜູ້­ເປັນ­ເຈົ້າ​​ບໍ່​ຍຸດ­ຕິ­ທຳ!' ປະຊາຊົນອິດສະຣາເອນເອີຍ, ວິທີທາງຂອງເຮົາ​ບໍ່​ຍຸດ­ຕິ­ທຳ​ຊັ້ນ​ບໍ? ວິ­ທີ​ທາງຂອງພວກເຈົ້າຕ່າງຫາກທີ່ບໍ່​ຍຸດຕິທຳ ບໍ່ແມ່ນຫລື? \v 30 ດັ່ງນັ້ນ ເຮົາຈະຕັດສິນເຈົ້າແຕ່ລະຄົນຕາມການກະທຳຂອງເຂົາ ເຊື້ອສາຍອິດສະຣາເອນ​ເອີຍ —ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ. ຈົ່ງກັບໃຈໃຫມ່ ແລະ ຫັນຫນີຈາກການລະເມີດທັງສີ້ນຂອງພວກເຈົ້າ ເພື່ອການລະເມີດເຫລົ່ານັ້ນ ຈະບໍ່ເປັນຫີນສະດຸດແຫ່ງການຊົ່ວຕໍ່ສູ້ເຈົ້າ.