lo_ezk_text_ulb_l3/18/19.txt

1 line
1.4 KiB
Plaintext

\v 19 ແຕ່​ເຈົ້າ​ຖາມ­ວ່າ, 'ເປັນ­ຫຍັງ​ລູກ­ຊາຍ​ຈຶ່ງ​ບໍ່­ໄດ້​ຮ່ວມຮັບ­ໂທດ​ຍ້ອນຄວາມຜິດ​ຂອງ​ພໍ່?' ເພາະ​ລູກ­ຊາຍ​ໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ​ ຊອບ­ທຳ ແລະ ໄດ້​ເຮັດຮັກສາກົດບັນຍັດຂອງເຮົາທັງຫມົດ; ແລະ ລາວໄດ້​ປະ­ພຶດ​ຕາມ​ຢ່າງຄົບຖ້ວນ. ດັ່ງ­ນັ້ນ ລາວ​ຈຶ່ງ​ຈະ​ມີ­ຊີ­ວິດ​ຢູ່​ຢ່າງ​ແນ່ນອນ! \v 20 ຜູ້­ໃດ​ເຮັດ​ບາບ​, ຜູ້­ນັ້ນ​ຈະ​ຕ້ອງ​ຕາຍ. ລູກຊາຍບໍ່​ຕ້ອງ​ໄດ້​ຮ່ວມຮັບ­ໂທດ​ຍ້ອນ​ຄວາມຜິດຂອງ​ພໍ່, ແລະ​ ພໍ່​ຈະບໍ່ໄດ້ຮ່ວມຮັບ­ໂທດ​ຍ້ອນຄວາມຜິດ​ຂອງ​ລູກ​ຊາຍ. ຄົນຊອບທຳຈະໄດ້ຮັບຜົນແຫ່ງຄວາມຊອບທຳຂອງເຂົາເອງ, ແລະ ​ຄົນ​ຊົ່ວ​ກໍ​ຈະ​ໄດ້­ຮັບການລົງໂທດຈາກການ​ຊົ່ວຮ້າຍຂອງເຂົາເອງ.