lo_ezk_text_ulb_l3/17/22.txt

1 line
1.4 KiB
Plaintext

\v 22 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: 'ດັ່ງນັ້ນ ເຮົາ​ເອງ​ຈະເປັນຜູ້​ເອົາປາຍ​ຂອງ​ຕົ້ນ​ແປກປັກ​ໄປ, ແລະ ເຮົາ​ຈະ​ເອົາໄປປັກຫ່າງຈາກງ່າ​ອ່ອນ​ທັງຫລາຍຂອງ​ມັນ. ເຮົາຈະຫັກມັນອອກ, ແລະ ​ເຮົາ​ເອງ​ຈະເປັນຄົນ​ປູກ​ມັນ​ໄວ້ຢູ່​ເທິງ​ພູ​ສູງ. \v 23 ເຮົາ​ຈະ​ປູກ​ມັນ​ໄວ້ຢູ່​ເທິງ​ພູ­ເຂົາ​ສູງ​ຂອງ​ອິດສະຣາເອນ ເພື່ອມັນ­ຈະ​ແຕກ​ງ່າ ແລະ ​­ເກີດ​ຜົນ, ແລະ ມັນຈະກາຍເປັນ­ຕົ້ນ​ແປກ​ທີ່​ດີເລີດ ດັ່ງນັ້ນ ​ນົກ​ທຸກ​ຊະ­ນິດ​ຈະ​ມາ​ອາ­ໄສ​ຢູ່​ກ້ອງ​ມັນ. ນົກ​ທຸກ​ຊະ­ນິດ​ຈະ​ມາ​ເຮັດ​ຮັງ​ຢູ່​ທີ່​ຮົ່ມ​ກິ່ງ­ກ້ານ​ທັງຫລາຍຂອງ​ມັນ.