lo_ezk_text_ulb_l3/17/19.txt

1 line
1.7 KiB
Plaintext

\v 19 ເພາະ­ສະ­ນັ້ນ ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ມັນບໍ່ແມ່ນຄຳສາບານ​ຂອງ​ເຮົາ​ທີ່​ລາວ​ໄດ້ຫມິ່ນ­ປະ­ຫມາດ ແລະ ລະເມີດ​ພັນທະສັນ­ຍາ​​ແມ່ນບໍ? ເຮົາ​ຈະ​ນຳການລົງໂທດມາ​ຕົກ​ໃສ່​ຫົວ​ຂອງ​ລາວນັ້ນ! \v 20 ເຮົາ​ຈະ​ກາງ​ແຫ​ຂອງ​ເຮົາ​ອອກຄຸບ​ລາວ, ແລະ​ ລາວ​ຈະ​ຕິດ​ກັບ​ດັກຂອງ​ເຮົາ. ແລ້ວ​ເຮົາ​ຈະ​ນຳ​ລາວ​ເຂົ້າ­ໄປ​ໃນ​ບາ­ບີ­ໂລນ ແລະ ພິ­ພາກ­ສາ​ລາວ​ຢູ່​ບ່ອນ­ນັ້ນສຳລັບການກະບົດຂອງລາວທີ່ລາວໄດ້​ທໍ­ລະ­ຍົດ​ຕໍ່​ເຮົາ. \v 21 ສ່ວນພວກທີ່ລີ້­ໄພທັງຫມົດຂອງກອງທັບຈະ​ລົ້ມ­ລົງ​ດ້ວຍຄົມ​ດາບ, ແລະ​ ພວກ​ທີ່​ເຫລືອ​ຢູ່​ຈະ​ກະຈັດກະ­ຈາຍ​ໄປໃນ​ທຸກ​ທິດທຸກທາງ. ແລ້ວພວກ​ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະຢາເວ; ເຮົາໄດ້ປະກາດແລ້ວວ່າເຫດການນັ້ນຈະເກີດຂື້ນ.”