lo_ezk_text_ulb_l3/17/09.txt

1 line
1.3 KiB
Plaintext

\v 9 ຈົ່ງ​ກ່າວ​ກັບປະຊາຊົນວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຄືອ​ນັ້ນ​ຈະ­ເລີນ​ຂຶ້ນ​ໄດ້​ບໍ? ມັນຈະບໍ່ຖືກ​ຖອນ​ຮາກ​ ແລະ ຜົນຂອງງມັນຈະບໍ່ຖືກ​ເດັດຫລື, ແລ້ວເຄືອຂອງມັນຈະ​ຫ່ຽວ­ແຫ້ງ​, ແລະ ທຸກສ່ວນທີ່ງອກໃຫມ່ຂອງມັນຈະຫ່ຽວແຫງຢ່າງນັ້ນບໍ? ບໍ່ຈຳເປັນຕ້ອງໃຊ້ແຂນທີ່ມີແຮງ ຫລື ຄົນ​ຈຳ­ນວນ​ຫລາຍ ເພື່ອ​ຖອນຮາກຂອງມັນ. \v 10 ດັ່ງນັ້ນ ເບິ່ງ​ແມ໋! ຫລັງຈາກທີ່ມັນຖືກປູກ, ມັນຈະງອກ​ງາມ​ບໍ? ມັນຈະບໍ່ຫ່ຽວແຫ່ງເມື່ອຖືກ​ລົມ​ທິດ­ຕາ­ເວັນ­ອອກ​ພັດ​ຖືກ​ມັນບໍ? ມັນຄົງ​ຈະ​ຫ່ຽວ­ແຫ້ງ​ໄປຮອດບ່ອນ​ທີ່​ມັນ​ເກີດ​ມາ​ນັ້ນ​.”