lo_ezk_text_ulb_l3/16/35.txt

1 line
1.8 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 35 ສະນັ້ນ, ເຈົ້າ ຍິງໂສເພນີ­ເອີຍ, ຈົ່ງ​ຟັງ​ພຣະຄຳ​ຂອງ​ພຣະຢາເວ. \v 36 ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະວ່າເຈົ້າໂປຍສະເຫນ່ ແລະ ​ເປືອຍ​ກາຍ​ຂອງ​ເຈົ້າ​ອອກ​ໃນ​ການ​ປະພຶດ​ຂອງ​ຍິງໂສເພນີ​ກັບ​ຄົນ​ຮັກ​ທັງຫລາຍຂອງ​ເຈົ້າ ແລະ ກັບ​ຮູບ​ເຄົາ­ລົບ​ອັນ​ຫນ້າ​ກຽດຫນ້າ­ຊັງທັງຫລາຍ​ຂອງ​ເຈົ້າ, ​ແລະ ​ເພາະ​ເລືອດ​ລູກ​ທັງຫລາຍຂອງ​ເຈົ້າ​ທີ່​ເຈົ້າມອບໃຫ້ແກ່ຮູບເຄົາລົບເຫລົ່ານັ້ນຂອງເຈົ້າ. \v 37 ສະນັ້ນ, ເບິ່ງ​ແມ໋! ເຮົາ​ຈະ​ຮວບ­ຮວມ​ຄົນ​ຮັກທັງຫລາຍ​ຂອງ​ເຈົ້າທີ່ເຈົ້າໄດ້ພົບ, ລວມທັງຄົນທັງຫລາຍທີ່ເຈົ້າຮັກ ແລະ ເຈົ້າຊັງ, ເຮົາ​ຈະ​ຮວບ­ຮວມ​ພວກ­ເຂົາທັງຫລາຍມາຕໍ່ສູ້ເຈົ້າຈາກທຸກດ້ານ. ແລະ ເຮົາຈະ​ເປືອຍ​ກາຍ​ຂອງ​ເຈົ້າ​ຕໍ່­ຫນ້າ​ພວກ­ເຂົາ ເພື່ອ​ພວກ­ເຂົາ​ຈະ​ໄດ້​ເຫັນ​ການ​ເປືອຍ​ກາຍ​ທັງ​ຫມົດ​ຂອງ​ເຈົ້າ.