lo_ezk_text_ulb_l3/16/20.txt

1 line
1.4 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 20 ແລ້ວເຈົ້າ​ໄດ້ຈັບລູກ­ຊາຍ​ ແລະ​ ລູກ­ສາວ​ຂອງ​ເຈົ້າ ຜູ້ຊຶ່ງ​­ເກີດ​ມາ​ເພື່ອ​ເຮົາ, ແລະ ເຈົ້າ​ໄດ້​ຖວາຍ​ບູ­ຊາພວກເຂົາ ເພື່ອເປັນອາຫານແກ່ຮູບເຄົາລົບຕ່າງໆ. ການທີ່ເຈົ້າປະພຶດຕົນນັ້ນເຫມືອນຍິງໂສເພນີເປັນເລື່ອງເລັກນ້ອຍຫລື? \v 21 ເຈົ້າ​​ໄດ້​ຂ້າ​ລູກ​ຂອງ​ເຮົາ​ ແລະ ໄດ້ເຜົາພວກເຂົາໃນກອງໄຟ. \v 22 ຕະ­ຫລອດການກະທຳ​ອັນ​ຫນ້າ​ກຽດຫນ້າ­ຊັງ​ຂອງ​ເຈົ້າ ແລະ ​ການກະທຳຂອງຍິງໂສເພນີຂອງ​ເຈົ້າ ເຈົ້າ​ບໍ່­ໄດ້ຄິດເຖິງວັນ​ເວ­ລາ​ທີ່​ເຈົ້າ​ຍັງ​ນ້ອຍ, ຕອນທີ່​ເຈົ້າຍັງ​ເປືອຍ​ກາຍ ແລະ​ ບໍ່­ມີ​ເຄື່ອງ­ນຸ່ງ​ຫົ່ມ ນອນເກືອກ​ຢູ່­ໃນ​ກອງ​ເລືອດ​ຂອງຕົນ.