1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 13 ສະນັ້ນ ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເຮົາຈະເຮັດໃຫ້ລົມພາຍຸມາດ້ວຍຄວາມໂກດຮ້າຍຂອງເຮົາ, ແລະຈະມີນ້ຳຖ້ວມດ້ວຍຫ່າຝົນທີ່ຕົກລົງຢ່າງແຮງດ້ວຍຄວາມໂກດຮ້າຍຂອງເຮົາ! ພາຍຸຫມາກເຫັບທີ່ມາດ້ວຍຄວາມຄຽດຮ້າຍຂອງເຮົາຈະທຳລາຍມັນຈົນສີ້ນຊາກ. \v 14 ເພາະເຮົາຈະທຳລາຍກຳແພງຊຶ່ງເຈົ້າໄດ້ໂບກດ້ວຍປູນຂາວນັ້ນ, ແລະ ເຮົາມ້າງມັນລົງເຖິງດິນຈົນເຫັນຖານຂອງກຳແພງນັ້ນ. ດັ່ງນັ້ນ ມັນຈະເພພັງລົງ ແລະ ພວກເຈົ້າຈະຖືກທຳລາຍລ້າງໃນທ່າມກາງຂອງສິ່ງເຫລົ່ານັ້ນ. ແລ້ວເຈົ້າຈະຮູ້ວ່າເຮົາແມ່ນພຣະຢາເວ. |