lo_ezk_text_ulb_l3/13/01.txt

1 line
1.5 KiB
Plaintext

\c 13 \v 1 ອີກຄັ້ງ, ພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ​, ກ່າວວ່າ, \v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ທຳ​ນວາຍ​ຕໍ່ສູ້ບັນດາຜູ້­ປະ­ກາດ­ພຣະຄຳ​ທີ່ທຳນວາຍໃນອິດສະຣາເອນ, ແລະ​ຈົ່ງກ່າວ​ແກ່​ຄົນ​ເຫລົ່າ­ນັ້ນ​ທີ່ກຳລັງທຳນວາຍຕາມຈິນຕະນາການ​ຂອງ­ຕົນ​ວ່າ ‘ຈົ່ງ​ຟັງຖ້ອຍຄຳຂອງ​ພຣະຢາເວ. \v 3 ພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ​ ຊົງ​ກ່າວ​ດັ່ງ­ນີ້​ວ່າ: ວິ­ບັດ​ແກ່ເຫລົ່າ​ຜູ້­ປະ­ກາດ­ພຣະ­ຄຳ​ໂງ່​ຈ້າ ຊຶ່ງເຮັດຕາມວິນຍານຂອງພວກເຂົາເອງ, ແຕ່​ບໍ່​ເຄີຍ​ໄດ້​ເຫັນ​ຫຍັງ​ເລີຍ. \v 4 ອິດສະຣາເອນ​ເອີຍ, ພວກຜູ້­ປະ­ກາດ­ພຣະ­ທຳຂອງພວກ​ເຈົ້າ​ເປັນ​ເຫມືອນ​ດັ່ງ​ຫມາ​ຈິ້ງ​ຈອກ​ຢູ່­ທ່າມ­ກາງ​ສິ່ງ​ທີ່​ຮົກ­ຮ້າງ​ເພ­ພັງ.