1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 16 ເພາະສະນັ້ນ ຈົ່ງກ່າວວ່າ, ‘ພຣະຢາເວ ອົງພຣະຜູ້ເປັນເຈົ້າ ຊົງກ່າວດັ່ງນີ້ວ່າ: ເຖິງວ່າ ເຮົາໄດ້ເອົາພວກເຂົາອອກໄປຢູ່ທ່າມກາງປະຊາຊາດທັງຫລາຍ, ແລະ ເຖິງວ່າ ເຮົາໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປຢູ່ທ່າມກາງແຜ່ນດິນຕ່າງໆ, ແຕ່ຢ່າງໃດກໍຕາມ ເຮົາກໍເປັນບ່ອນສັກສິດສຳລັບພວກເຂົາຊົ່ວຄາວໃນແຜ່ນດິນທີ່ພວກເຂົາໄດ້ໄປຢູ່ນັ້ນ.’ \v 17 ສະນັ້ນ ຈົ່ງກ່າວວ່າ, ‘ພຣະຢາເວ ອົງພຣະຜູ້ເປັນເຈົ້າ ຊົງກ່າວດັ່ງນີ້ວ່າ: ເຮົາຈະເຕົ້າໂຮມພວກເຈົ້າຈາກປະຊາຊົນເຫລົ່ານັ້ນ, ແລະ ເຮົາຈະປຸ້ມລຸມພວກເຈົ້າຈາກດິນແດນທີ່ພວກເຈົ້າໄດ້ກະຈັດກະຈາຍໄປ, ແລະ ເຮົາຈະມອບດິນແດນແຫ່ງອິດສະຣາເອນໃຫ້ແກ່ເຈົ້າ.‘ \v 18 ແລ້ວ ພວກເຂົາຈະໄປຍັງທີ່ນັ້ນ ແລະ ກຳຈັດທຸກສິ່ງທີ່ຫນ້າລັງກຽດ ແລະ ທຸກສິ່ງທີ່ຫນ້າລັງກຽດຈາກສະຖານທີ່ແຫ່ງນັ້ນ. |