lo_ezk_text_ulb_l3/08/10.txt

1 line
1.3 KiB
Plaintext

\v 10 ດັ່ງ­ນັ້ນ ຂ້າ­ນ້ອຍ​ຈຶ່ງ​ເຂົ້າ­ໄປ ແລະ ​ເບິ່ງແມ໋! ມີ​ຮູບຮ່າງສັດເລືອ​ຄານ​ທຸກ​ຊະ­ນິດ ແລະ ​ສັດ​ທີ່​ຫນ້າ​ລັງກຽດ! ຮູບ​ເຄົາ­ລົບ​​ຂອງ​ເຊື້ອ­ສາຍ​ອິດສະຣາເອນທີ່ແກະສະລັກໄວ້ເທິງ​ຝາ​ກຳແພງ​ອ້ອມຮອບ. \v 11 ຜູ້ອາວຸໂສຂອງເຊື້ອສາຍອິດສະຣາເອນນທັງເຈັດສິບຄົນກໍຢູ່ບ່ອນນັ້ນ, ແລະ ​ຢາ­ອາ­ຊາ­ນີ­ຢາລູກ­ຊາຍຂອງ​ຊາ­ຟານ​ຢືນ­ຢູ່​ທ່າມກາງຂອງ​ພວກ­ເຂົາ. ພວກເຂົາຢືນຢູ່ຕໍ່ຫນ້າຮູບເຫລົ່ານັ້ນ ແລະ ຜູ້ຊາຍແຕ່ລະຄົນກໍມີກະຖາງ​ໄຟ​ຢູ່­ໃນ​ມືຂອງພວກເຂົາ ເພື່ອວ່າ​ກິ່ນຄວັນ​ຂອງ​ເຄື່ອງເຜົາ­ບູ­ຊາ​ຈະໄດ້ລອຍຂຶ້ນ​ໄປ​ຂ້າງ​ເທິງ.