lo_ezk_text_ulb_l3/08/05.txt

1 line
1.6 KiB
Plaintext

\v 5 ແລ້ວ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ບັດ­ນີ້ ຈົ່ງ​ເງີຍ​ຫນ້າ​ຂຶ້ນເບິ່ງ​ໄປທາງ​ທິດ­ເຫນືອ.” ດັ່ງນັ້ນ ຂ້າ­ນ້ອຍ ກໍໄດ້​ເງີຍ​ຫນ້າ​ຂຶ້ນເບິ່ງ​ໄປທາງ​ທິດ­ເຫນືອ, ແລະ ປະຕູເຂົ້າທາງ​ທິດ­ເຫນືອນຳໄປເຖິງ​ແທ່ນ​ບູ­ຊາ, ຢູ່ບ່ອນນັ້ນມີທາງເຂົ້າ, ມີຮູບເຄົາລົບແຫ່ງການອິດສາ​. \v 6 ແລ້ວ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍ​ອີ​ກວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າກຳລັງ​ເຫັນສິ່ງທີ່ພວກເຂົາກຳລັງເຮັດ​​ບໍ? ຄືສິ່ງທີ່ຫນ້າ​ກຽດ­ຊັງ​ອັນ­ຍິ່ງ­ໃຫຍ່ເຫລົ່ານີ້ ຊຶ່ງ​ເຊື້ອ­ສາຍຂອງ​ອິດສະຣາເອນກຳລັງ​ເຮັດ​ຢູ່­ນີ້ເຮັດໃຫ້ເຮົາໄປ​ໄກ​ຈາກ​ສະ­ຖານ­ທີ່​ສັກສິດ​ຂອງ​ເຮົາ. ແຕ່ເຈົ້າ​ຈະ​​ເຫັນ​ສິ່ງທີ່​ຫນ້າ​ກຽດ­ຊັງ​ຍິ່ງ­ໃຫຍ່​ຫລາຍກວ່າ​ນີ້​ອີກ.”