lo_ezk_text_ulb_l3/08/03.txt

1 line
1.4 KiB
Plaintext

\v 3 ແລ້ວຜູ້ນັ້ນໄດ້​ຍື່ນ​ສ່ວນ​ທີ່​ຄ້າຍຄືກັບມື​ນັ້ນ​ອອກ​ມາ​ ແລະ ໄດ້ຈັບ​ເອົາຜົມຈາກຫົວ­ຂອງ​ຂ້ານ້ອຍ​; ແລະ ​ພຣະ­ວິນ­ຍານ​ໄດ້ຊົງ​ຍົກ​ຂ້າ­ນ້ອຍ​ຂຶ້ນ​ລະ­ຫວ່າງ​ໂລກ ແລະ ​ສະ­ຫວັນ, ແລະ ໃນນິມິດ​ຂອງ​ພຣະ­ເຈົ້ານັ້ນ, ພຣະອົງໄດ້ຊົງພາ​ຂ້ານ້ອຍ​ມາ​ເຖິງ​ນະຄອນເຢ­ຣູ­ຊາ­ເລັມ, ມາ­ເຖິງ​ທາງ​ເຂົ້າ​ປະ­ຕູ​ທາງທິດ​ເຫນືອ​ຂອງ​ເດີ່ນ​ຊັ້ນ​ໃນ ຊຶ່ງ​ເປັນ​ບ່ອນຕັ້ງ​​ຮູບເຄົາລົບທີ່ກໍ່ໃຫ້ເກີດຄວາມ​ອິດ­ສາຢ່າງຍິ່ງໃຫຍ່. \v 4 ແລ້ວ ເບິ່ງ​ແມ໋, ພຣະສະ­ຫງ່າ­ຣາ­ສີ​ຂອງ​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນ​ກໍ​ຢູ່​ບ່ອນ­ນັ້ນ, ເຫມືອນກັບ​ນິ­ມິດ​ທີ່­ຂ້ານ້ອຍ​ໄດ້​ເຫັນ​ຢູ່​ທົ່ງ­ພຽງນັ້ນ