lo_ezk_text_ulb_l3/06/13.txt

1 line
1.6 KiB
Plaintext

\v 13 ແລ້ວ​ພວກເຈົ້າ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ, ເມື່ອ​ຊາກສົບຄົນຕາຍທັງຫລາຍໄດ້ນອນ​ຢູ່​ທ່າມ­ກາງ​ຮູບ​ເຄົາ­ລົບ​ຂອງ​ພວກ­ເຂົາ, ອ້ອມ​ແທ່ນ​ບູ­ຊາ​ຂອງພວກ​ເຂົາ, ຢູູ່ເທິງ​ໂນນ­ພູ​ສູງ​ທຸກ​ບ່ອນ — ເທິງ​ຍອດພູ​ເຂົາ​ທັງຫລາຍ, ແລະ ຢູ່​ກ້ອງ​ຕົ້ນ­ໄມ້​ທຸກ​ຕົ້ນ ແລະ​ ກ້ອງ​ຕົ້ນ​ໂອກຂະຫນາດໃຫຍ່​ທຸກ​ຕົ້ນ — ຄືສະຖານທີ່ຊຶ່ງພວກເຂົາເຜົາເຄື່ອງຫອມ​ຖວາຍແກ່​ຮູບ​ເຄົາ­ລົບ​ທັງ​ຫມົດ​ຂອງ­ຕົນ. \v 14 ເຮົາ​ຈະ​ເດ່ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ພວກ­ເຂົາ ແລະ​ ເຮັດ­ໃຫ້​ແຜ່ນ­ດິນ​ຮົກ­ຮ້າງ ແລະ ​ຖິ້ມ​ເປົ່າວ່າງ, ຄືຕັ້ງແຕ່ຖີ່ນແຫ້ງແລ້ງກັນດານເຖິງ​ດິບ­ລານ, ຕະຫລອດຈົນເຖິງທຸກບ່ອນທີ່ພວກເຂົາອາໄສຢູ່. ແລ້ວ​ພວກ­ເຂົາ​ຈຶ່ງ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.”