1 line
1.4 KiB
Plaintext
1 line
1.4 KiB
Plaintext
\c 6 \v 1 ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ,ກ່າວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງຕັ້ງຫນ້າຂອງເຈົ້າໄປທີ່ພູເຂົາທັງຫລາຍຂອງອິດສະຣາເອນ ແລະ ປະກາດພຣະທຳຕໍ່ພູເຂົາເຫລົ່ານັ້ນ. \v 3 ຈົ່ງກ່າວວ່າ, ພູເຂົາທັງຫລາຍຂອງອິດສະຣາເອນເອີຍ, ຈົ່ງຟັງພຣະທຳຂອງພຣະຢາເວອົງພຣະຜູ້ເປັນເຈົ້າ! ພຣະຢາເວອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວຢ່າງນີ້ຕໍ່ພູເຂົາທັງຫລາຍ, ຕໍ່ໂນນພູ, ຕໍ່ຫ້ວຍຮ່ອງ, ແລະ ຕໍ່ຮ່ວມພູທັງຫລາຍວ່າ: ເບິ່ງແມ໋! ເຮົາຈະນຳດາບມາຕໍ່ສູ້ພວກເຈົ້າ, ແລະ ເຮົາຈະທຳລາຍສະຖານທີ່ສູງຂອງພວກເຈົ້າ. |