lo_ezk_text_ulb_l3/05/11.txt

1 line
1.7 KiB
Plaintext

\v 11 ­ສະ­ນັ້ນ, ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ — ນີ້ຄືພຣະ­ຢາເວອົງຜູ້­ເປັນ­ເຈົ້າປະກາດວ່າ — ເປັນທີ່ແນ່ນອນແລ້ວວ່າ ເພາະ​ເຈົ້າ​ໄດ້​ເຮັດ­ໃຫ້​ພຣະວິຫານ​ຂອງ​ເຮົາ​ເປັນ​ມົນ­ທິນ​ດ້ວຍ​ສິ່ງ​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງ​ເຈົ້າ, ເຮົາ​ຈະ​ຕັດຈຳນວນຂອງ​ເຈົ້າ​ລົງ; ຄືສາຍຕາ​ຂອງ​ເຮົາ​ຈະ​ບໍ່​ປາ­ນີເຈົ້າ, ແລະ ເຮົາ​ຈະ​ບໍ່​ສົງ­ສານ​ເຈົ້າ​ອີກ. \v 12 ຫນຶ່ງ​ສ່ວນ​ສາມ​ຂອງພວກເຈົ້າຈະ​ຕາຍດ້ວຍ​ໂລກ​ລະ­ບາດ, ​ແລະ ​ພວກເຂົາຈະຖືກເຜົາໄຫມ້​ດ້ວຍໄພ​ອຶດຫິວ​ໃນ​ທ່າມກາງຫມູ່​ພວກ​ເຈົ້າ. ອີກ​ຫນຶ່ງ​ສ່ວນ​ສາມ​ຈະ​ລົ້ມ​ຕາຍ​ດ້ວຍ​ຄົມດາບ​ຢູ່ອ້ອມ​ຮອບ​ເຈົ້າ. ແລ້ວ​ອີກ​ຫນຶ່ງ​ສ່ວນ​ສາມ ເຮົາ​ຈະເຮັດ­ໃຫ້​ກະ­ຈັດ­ກະ­ຈາຍ​ໄປ​​ທົ່ວທຸກ​ທິດທຸກທາງ, ແລະ​ ຈະ​ຖອດ​ດາບ​ອອກ​ໄລ່​ຕາມ​ພວກ­ເຂົາ​ທັງ­ຫລາຍ​ໄປດ້ວຍ.