lo_ezk_text_ulb_l3/04/09.txt

1 line
1.3 KiB
Plaintext

\v 9 ເຈົ້າ​ຈົ່ງ​ເອົາ​ເຂົ້າ​ສາລີ, ເຂົ້າບາເລ, ຫມາກ­ຖົ່ວ, ຫມາກ­ຖົ່ວ​ແດງ, ເຂົ້າ​ຟາງ ແລະ​ ເຂົ້າ​ດຳ ມາສຳລັບຕົນ; ເອົາມາ​ໃສ່​ໃນ​ໄຫ​ຫນ່ວຍ​ດຽວກັນ ແລະ ​ໃຊ້​ເຮັດ​ເປັນ​ເຂົ້າ­ຈີ່​ໃຫ້ສຳລັບຕົນຕາມຈຳນວນມື້ທີ່​ເຈົ້າ​ນອນ​ສະ­ແຄງນັ້ນ. ສຳລັບສາມຮ້ອຍເກົ້າສິບມື້ທີ່ເຈົ້າ​ຈະ​ກິນ​ອາ­ຫານ​ນີ້. \v 10 ​ອາ­ຫານ​ທີ່​ເຈົ້າຈະ​ກິນແມ່ນໃຫ້ກິນຕາມນໍ້າຫນັກ, ຊາວເຊ​ເຂຕໍ່ມື້, ແລະ ເຈົ້າ​ກິນ​ຕາມ​ເວ­ລາ​ກຳ­ນົດໃນແຕ່ລະມື້. \v 11 ແລ້ວ​ເຈົ້າຈະດື່ມນ້ຳ​, ຕາມການຕວງຄື​ຫນຶ່ງ​ສ່ວນ​ຫົກ​ຂອງ​ຈອກ, ແລ້ວເຈົ້າຈະ​ດື່ມ­ນ້ຳ​ຕາມ​ເວ­ລາ​ກຳ­ນົດ.