lo_ezk_text_ulb_l3/03/16.txt

1 line
1.9 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 16 ເມື່ອ​ຄົບ​ເຈັດ​ມື້​ແລ້ວ ພຣະຄຳຂອງພຣະຢາເວໄດ້ມາເຖິງຂ້ານ້ອຍ, ຊົງກ່າວວ່າ, \v 17 "ບຸດແຫ່ງມະ­ນຸດ​ເອີຍ, ເຮົາ​ຈະ​ແຕ່ງ­ຕັ້ງ​ເຈົ້າ​ໃຫ້­ເປັນ​ຄົນ​ຍາມ​ເຊື້ອສາຍອິດສະຣາເອນ, ດັ່ງນັ້ນ ຈົ່ງ​ຟັງຖ້ອຍຄຳຈາກປາກຂອງເຮົາ, ແລະ ກ່າວຄຳຕັກເຕືອນຈາກເຮົາແກ່​ພວກ­ເຂົາ​. \v 18 ເມື່ອເຮົາຈະບອກກັບຄົນຊົ່ວວ່າ, 'ເຈົ້າຈະຕ້ອງ​ຕາຍແນ່ນອນ' ແລະ ເຈົ້າບໍ່ໄດ້ຕັກເຕືອນເຂົາ ຫລື ບໍ່ໄດ້ກ່າວຕັກເຕືອນຄົນຊົ່ວໃຫ້ຈາກທາງຊົ່ວຂອງເຂົາ ເພື່ອຊ່ວຍຊີວິດເຂົາໄວ້ — ຄົນ​ຊົ່ວ​ຜູ້­ນັ້ນ​ກໍ​ຈະ​ຕາຍ​ເສຍ​ຍ້ອນ​ບາບ​ຂອງ​ຕົນ­ເອງ, ແຕ່ເຮົາຈະຕ້ອງເອົາເລືອດຂອງເຂົາຈາກມືຂອງ​​ເຈົ້າ. \v 19 ແຕ່ຖ້າ­ວ່າ​ເຈົ້າ​ໄດ້​ຕັກ­ເຕືອນ​ຄົນ​ຊົ່ວ­ຮ້າຍ​ແລ້ວ, ແລະ ເຂົາບໍ່ຫັນກັບຈາກຄວາມຊົ່ວຂອງເຂົາ ຫລື ຈາກທາງຊົ່ວຂອງເຂົາ, ແລ້ວເຂົາຈະຕາຍຍ້ອນຄວາມຜິດ​ບາບຂອງເຂົາ, ແຕ່ເຈົ້າຈະຊ່ວຍກູ້​ຊີ­ວິດ​ຂອງ​ຕົນເອງໃຫ້ພົ້ນ.