lo_ezk_text_ulb_l3/03/04.txt

1 line
1.5 KiB
Plaintext

\v 4 ຕໍ່​ມາ​ພຣະ­ເຈົ້າ​ຊົງ​ກ່າວກັບຂ້ານ້ອຍ​ວ່າ, “ບຸດແຫ່ງມະ­ນຸດ​ເອີຍ, ຈົ່ງ​ໄປ​ຫາ​ປະ­ຊາ­ຊົນ​ອິດສະຣາເອນ ແລະ ກ່າວພຣະຄຳຂອງເຮົາໃຫ້ພວກເຂົາຟັງ. \v 5 ເຮົາ​ຈະ​ບໍ່​ສົ່ງ​ເຈົ້າ​ໄປ​ຫາ​ຊົນ­ຊາດ​ທີ່​ເວົ້າ​ພາ­ສາ​ຕ່າງ­ປະ­ເທດ ​ແລະ ​ຍາກໆ, ແຕ່​ຈະ​ສົ່ງ​ໄປ​ຫາ​ເຊື້ອສາຍຂອງ​ອິດສະຣາເອນ— \v 6 ເຮົາຈະບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ມີອຳນາດ ທີ່ເວົ້າພາສາຕ່າງປະເທດ ຫລື ພາສາຍາກໆ, ຊຶ່ງເຈົ້າຟັງບໍ່ເຂົ້າໃຈ! ເຖິງເຮົາສົ່ງເຈົ້າໄປຫາຄົນພວກນັ້ນ, ພວກເຂົາກໍຈະຟັງເຈົ້າ. \v 7 ແຕ່ປະ­ຊາ­ຊົນ​ອິດສະຣາເອນ​ ຈະບໍ່ຍອມຟັງເຈົ້າ, ເພາະພວກເຂົາບໍ່ເຕັມໃຈຈະຟັງເຮົາ. ເພາະ­ວ່າເຊື້ອສາຍອິດສະຣາເອນ​ທັງຫມົດນັ້ນເປັນຄົນ​ແຂງກະດ້າງ ແລະ ​ໃຈ​ແຂງ.