\v 26 ອີກຄັ້ງທີ່ພຣະ­ທຳ​ຂອງ​ພຣະ­ຢາເວມາ​ເຖິງ​ຂ້ານ້ອຍ​ອີ​ກວ່າ, \v 27 “ເບິ່ງ​ແມ, ບຸດ​ແຫ່ງ​ມະ­ນຸດ​ເອີຍ! ເຊື້ອ­ສາຍ​ຂອງ​ອິດສະຣາເອນ​ກ່າວ​ວ່າ, ‘ນິ­ມິດ​ທີ່​ເຂົາ​ເຫັນ ເປັນເລື່ອງອີກ​ຫລາຍ​ວັນ​ນັບຈາກຕອນນີ້ ແລະ​ເຂົາປະ­ກາດ​ພຣະ­ທຳ​ເຖິງ​ເລື່ອງອະນາຄົດທີ່​ຍັງ​ຫ່າງ​ໄກ​ນັ້ນ.’ \v 28 ເພາະ­ສະ­ນັ້ນ ຈົ່ງ​ກ່າວ​ແກ່​ພວກ­ເຂົາ​ວ່າ, ພຣະ­ຢາເວ ພຣະຜູ້­ເປັນ­ເຈົ້າ​​ກ່າວ​ດັ່ງ­ນີ້​ວ່າ:​ຖ້ອຍ­ຄຳ​ຂອງ​ເຮົາ​ຈະ​ບໍ່​ຊັກ​ຊ້າ​ອີກ​ຕໍ່­ໄປ, ແຕ່​ຖ້ອຍຄຳ​​ທີ່​ເຮົາ​ລັ່ນ​ອອກ​ມາ​ນັ້ນ​ຈະ​ຕ້ອງ​ເປັນ​ໄປ​ແທ້-ນີ້ເປັນປະກາດຂອງ­ພຣະຢາເວ­ອົງພຣະ­ຜູ້­ເປັນ­ເຈົ້າ​​.”