\v 15 ເພາະເຮົາ​ຈະ­ທຳລາຍກຳແພງດ້ວຍຄວາມ​ພິ­ໂລດ​ຂອງ​ເຮົາ ແລະແກ່ຄົນເຫລົ່ານັ້ນທີ່ໂບກມັນໄວ້ດ້ວຍປູນຂາວ. ແລະ​ເຮົາ​ຈະ​ກ່າວ­ກັບ​ເຈົ້າ​ວ່າ, ‘ກຳ­ແພງ​ບໍ່­ມີ​ອີກຕໍ່ໄປ, ແລະພວກທັງຫລາຍທີ່ໂບກ​ປູນ­ຂາວ​ກໍ​ຈະບໍ່­ມີອີກຕໍ່ໄປເຊັ່ນກັນ.’ \v 16 ບັນດາຜູ້­ປະ­ກາດ­ພຣະ­ທຳ​ແຫ່ງ​ອິດສະຣາເອນ​ ຊຶ່ງ​ປະ­ກາດ​ພຣະ­ທຳ​ກ່ຽວ­ກັບ​ນະຄອນ­ເຢ­ຣູ­ຊາ­ເລັມ ແລະ​ໄດ້​ເຫັນ​ນິ­ມິດ​ແຫ່ງ​ສັນ­ຕິ­ສຸກ​ຂອງ​ເມືອງ​ນັ້ນ. ທັງ​ທີ່​ບໍ່­ມີ​ສັນ­ຕິ­ສຸກເລີຍ!— ­ພຣະ­ຢາເວອົງພຮະຜູ້­ເປັນ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ."'