\v 10 ເພາະເຫດນັ້ນ, ແລະເພາະ​ພວກ­ເຂົາ​ໄດ້​ນຳ­ພາ​ປະ­ຊາ­ຊົນ​ຂອງ​ເຮົາ​ໃຫ້​ຫລົງ​ໄປ ແລະໂດຍ​ກ່າວ​ວ່າ, ‘ສັນ­ຕິ­ສຸກ!’ ທັງໆທີ່​ບໍ່­ມີ​ສັນ­ຕິ­ສຸກ​ເລີຍ, ແລະ​ເພາະ­ວ່າພວກເຂົາ​ສ້າງ​ກຳ­ແພງ ທີ່ພວກເຂົາຈະ​ໂບກ​ດ້ວຍ​ປູນ­ຂາວ. \v 11 ຈົ່ງ​ກ່າວ​ແກ່​ຜູ້​ໂບກ​ປູນ­ຂາວ​ນັ້ນ​ວ່າ' ກຳ­ແພງ​ນັ້ນ​ຈະ​ພັງ; ຈະ​ມີ​ຝົນ­ຕົກ​ນ້ຳ​ຖ້ວມ, ແລະ​ເຮົາຈະສົ່ງຫມາກ­ເຫັບ​ໃຫຍ່​​ຕົກ­ລົງ​ມາ ເພື່ອເຮັດໃຫ້ມັນພັງ, ແລະ​ລົມ­ພາ­ຍຸ​ຈະ​ພັດເພື່ອທຳລາຍກຳແພງພັງລົງ. \v 12 ເບິ່ງ​ແມ, ເມື່ອ​ກຳ­ແພງ​ເພ­ພັງ. ຄົນອຶ່ນໆຈະບໍ່ຖາມພວກເຈົ້າອີກວ່າ,‘ ຢູ່ໃສລະປູນ­ຂາວ​ທີ່​ເຈົ້າ​ໄດ້​ໂບກທັບ​ນັ້ນ?’