\c 10 \v 1 ຂະນະທີ່​ຂ້າ­ພະ­ເຈົ້າ​ກໍ​ເບິ່ງທ້ອງ­ຟ້າ​ຊຶ່ງ​ຢູ່​ເທິງ​ຫົວ​ທັງຫລາຍຂອງ​ເຫລົ່າ​ເຄ­ຣຸບ; ມີ​ບາງສິ່ງ​ປະ­ກົດ​ຂຶ້ນ​ເຫນືອພກວເຂົາ​ເຫມືອນ​ແກ້ວ​ມໍ­ລະ­ກົດ ແລະມີຮູບຮ່າງ​ຄ້າຍ​ພຣະ­ທີ່­ນັ່ງ. \v 2 “ຈົ່ງ​ເຂົ້າ­ໄປ​ໃນ​ທ່າມ­ກາງ​ວົງ​ລໍ້​ ຊຶ່ງ​ຢູ່​ພາຍ­ໃຕ້​ເຫລົ່າເຄ­ຣຸບ, ແລະຈົ່ງ​ເອົາຫອບ​ເອົາ​ຖ່ານ​ໄຟດ້ວຍມືທັງສອງຂອງເຈົ້າຈົນເຕັມ ຊຶ່ງຢູ່​ທ່າມ­ກາງ​ເຫລົ່າ​ເຄ­ຣຸບ ແລະ​ໂຮຍມັນອອກໄປທົ່ວ​ເມືອງ​ນັ້ນ.” ແລ້ວຜູ້​ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ­ໄປຂະນະທີ່ຂ້າພະເຈົ້າເຝົ້າເບິ່ງຢູ່.​