\c 13 \v 1 ອີງຄັ້ງ, ພຣະ­ທຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ ຂ້າ­ນ້ອຍ​, ກາວວ່າ, \v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ທຳ​ນວຍ​ກ່າວ​ໂທດ ບັນດາຜູ້­ປະ­ກາດ­ພຣະ­ທຳ​ໃນອິດສະຣາເອນ ແລະ​ຈົງກ່າວ​ແກ່​ຄົນ​ເຫລົ່າ­ນັ້ນ​ທີ່ກຳລັງ​ປະ­ກາດ​ພຣະ­ທຳ​ຕາມ­ຄວາມຝັນ​ຂອງ­ຕົນ​ວ່າ ‘ຈົ່ງ​ຟັງ​ພຣະ­ທຳ​ຂອງ​ພຣະຢາເວ,’ \v 3 ພຣະຢາເວພຣະ­ຜູ້­ເປັນ­ເຈົ້າ​ ຊົງ​ກ່າວ​ດັ່ງ­ນີ້​ວ່າ: ວິ­ບັດ​ແກ່ເຫລົ່າ​ຜູ້­ປະ­ກາດ­ພຣະ­ທຳ​ໂງ່​ຈ້າ ຊຶ່ງເຮັດຕາມພະວິຍານຂອງພວກເຂົາເອງ, ແຕ່​ບໍ່​ເຄີຍ​ໄດ້​ເຫັນ​ຫຍັງ​ເລີຍ. \v 4 ອິດສະຣາເອນ​ເອີຍ ພວກຜູ້­ປະ­ກາດ­ພຣະ­ທຳ​ຂອງພວກ​ເຈົ້າ​ເປັນ​ເຫມືອນ​ດັ່ງ​ຫມາ​ຈິ້ງ​ຈອກ​ຢູ່­ໃນ​ທ່າມ­ກາງ​ສິ່ງ​ທີ່​ຮົກ­ຮ້າງ​ເພ­ພັງ.